Skip navigation
SEI brief

ການສໍາຜັດກັບຄວັນໄຟຈາກການປີ້ງອາຫານໃນນະຄອນຫຼວງວຽງຈັນ ສປປ ລາວ: ຄວາມແຕກຕ່າງທາງດ້ານເພດ ແລະ ການສໍາຜັດໃນກຸ່ມແຮງງານປີ້ງອາຫານ

ຂໍ້ສະເໜີແນະດ້ານນະໂຍບາຍສະບັບນີ້ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບບັນຫາສຳຄັນທີ່ກ່ຽວຂ້ອງກັບການສໍາຜັດກັບຄວັນໄຟທີ່ມີຄວາມແຕກຕ່າງກັນລະຫວ່າງແຮງງານປີ້ງອານໃນນະຄອນຫຼວງວຽງຈັນ, ສປປ ລາວ.

Diane Archer, Jenny Yi-Chen Han / Published on 31 March 2023
Download  Download the brief / PDF / 570 KB

ໃນ ສປປ ລາວ, ການປະກອບອາຊີບປີ້ງອາຫານ ແມ່ນສ່ວນໜຶ່ງຂອງເສດຖະກິດກ່ຽວກັບອາຫານທີ່ບໍ່ເປັນທາງການ ແລະ ຄົນປີ້ງອາຫານຍັງມີຂໍ້ຈຳກັດໃນການເຂົ້າເຖິງການປົກປ້ອງ ທັງໃນບ່ອນເຮັດວຽກ ແລະ ທາງສັງຄົມ, ລວມທັງການປະກັນ ສຸຂະພາບແຫ່ງຊາດ ແລະ ການລາປ່ວຍທີ່ຕ້ອງໄດ້ຮັບການຊົດເຊີຍ; ໂດຍສະເພາະແຮງງານປີ້ງອາຫານທີ່ເປັນແມ່ຍິງ ແມ່ນໄດ້ຮັບຜົນກະທົບ.

ຄະນະສາທາລະນະສຸກສາດ ຂອງ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສປປ ລາວ, ໂດຍການຮ່ວມມືກັບອົງການ SEI, ໄດ້ດໍາເນີນໂຄງການຄົ້ນຄວ້າ “ມົນລະພິດທາງອາກາດ ໃນບັນດາແຮງງານປີ້ງອາຫານ ຢູ່ ສປປ ລາວ: ບັນຫາຄວາມບໍ່ສະເໝີພາບ ແລະ ບົດບາດ ຍິງ-ຊາຍ”. ທີມງານໄດ້ວິເຄາະການສຳຜັດຂອງແຮງງານປີ້ງຕໍ່ກັບ PM2.5 ແລະ ໄດ້ສະເຫນີ ມາດຕະການຫຼຸດຜ່ອນຄວາມສ່ຽງ.

ການປ່ອຍມົນລະພິດຈາກເຕົາປີ້ງຈາກຮ້ານອາຫານຕາມທ້ອງຖະໜົນ ຖືວ່າສ້າງຜົນກະທົບໜ້ອຍຫຼາຍຕໍ່ມົນລະພິດທາງອາກາດໃນນະຄອນຫຼວງວຽງຈັນ; ແນວໃດກໍ່ຕາມ, ອັດຕາການສໍາຜັດກັບຄວັນໄຟຂອງຜູ້ອອກແຮງງານໃນທ້ອງຖິ່ນແມ່ນມີສູງ, ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບຢ່າງຫຼວງຫຼາຍ. ແມ່ຍິງເຮັດວຽກໃນຂະແໜງອາຫານປີ້ງຫຼາຍກວ່າເພດຊາຍ, ແລະ ແຮງງານປີ້ງອາຫານທີ່ເປັນແມ່ຍິງມີແນວໂນ້ມທີ່ເກິດອາການທາງລະບົບຫາຍໃຈຫຼາຍກ່ວາແຮງງານເພດຊາຍ. ຄວາມຕ້ອງການຂອງວຽກງານບົດບາດຍິງຊາຍມີຜົນພຽງແຕ່ການປະເມີນວ່າໃຜຄວນເຮັດໜ້າທີ່ໃດ ແລະ ແຕ່ລະຄົນຈະໄດ້ຮັບຄ່າຈ້າງເທົ່າໃດ.

​ເພື່ອ​ຫຼຸດຜ່ອນ​ມົນ​ລະ​ພິດ​ທາງ​ອາກາດ​ໃນ​ທ້ອງ​ຖິ່ນ ​ແລະ ບັນຫາ​ສຸຂະພາບ​ຈາກ​ການ​ສຳຜັດ​ກັບ​ຄວັນ​ໄຟ, ຂະ​ແໜງ​ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ຂະແໜງການທາງສັງຄົມ ​ແລະ ພາກທຸລະ​ກິດ​ຄວນ​ຮ່ວມ​ມື​ກັນ​ສ້າງ​ຄວາມ​ຮັບ​ຮູ້, ຫຼຸດຜ່ອນ​ການປ່ອຍ​​ມົນລະ​ພິດສູ່ອາກາດ, ຄຸ້ມຄອງ​ສຸຂະພາບ​ຂອງ​ຜູ້ອອກແຮງງານ, ສະໜັບສະໜູນ​ລະບົບ​ຕິດຕາມ​ກວດກາ​ສະພາບອາກາດ​ແບບ​ຍືນ​ຍົງ.

Streetside grill in Luang Prabang

Streetside grill in Luang Prabang. Photo: Anders Blomqvist, Getty

Download

Download the brief / PDF / 570 KB

SEI authors

Diane Archer

Senior Research Fellow

SEI Asia

Design and development by Soapbox.