ຂໍ້ສະເໜີແນະດ້ານນະໂຍບາຍສະບັບນີ້ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບບັນຫາສຳຄັນທີ່ກ່ຽວຂ້ອງກັບການສໍາຜັດກັບຄວັນໄຟທີ່ມີຄວາມແຕກຕ່າງກັນລະຫວ່າງແຮງງານປີ້ງອານໃນນະຄອນຫຼວງວຽງຈັນ, ສປປ ລາວ.
ໃນ ສປປ ລາວ, ການປະກອບອາຊີບປີ້ງອາຫານ ແມ່ນສ່ວນໜຶ່ງຂອງເສດຖະກິດກ່ຽວກັບອາຫານທີ່ບໍ່ເປັນທາງການ ແລະ ຄົນປີ້ງອາຫານຍັງມີຂໍ້ຈຳກັດໃນການເຂົ້າເຖິງການປົກປ້ອງ ທັງໃນບ່ອນເຮັດວຽກ ແລະ ທາງສັງຄົມ, ລວມທັງການປະກັນ ສຸຂະພາບແຫ່ງຊາດ ແລະ ການລາປ່ວຍທີ່ຕ້ອງໄດ້ຮັບການຊົດເຊີຍ; ໂດຍສະເພາະແຮງງານປີ້ງອາຫານທີ່ເປັນແມ່ຍິງ ແມ່ນໄດ້ຮັບຜົນກະທົບ.
ຄະນະສາທາລະນະສຸກສາດ ຂອງ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສປປ ລາວ, ໂດຍການຮ່ວມມືກັບອົງການ SEI, ໄດ້ດໍາເນີນໂຄງການຄົ້ນຄວ້າ “ມົນລະພິດທາງອາກາດ ໃນບັນດາແຮງງານປີ້ງອາຫານ ຢູ່ ສປປ ລາວ: ບັນຫາຄວາມບໍ່ສະເໝີພາບ ແລະ ບົດບາດ ຍິງ-ຊາຍ”. ທີມງານໄດ້ວິເຄາະການສຳຜັດຂອງແຮງງານປີ້ງຕໍ່ກັບ PM2.5 ແລະ ໄດ້ສະເຫນີ ມາດຕະການຫຼຸດຜ່ອນຄວາມສ່ຽງ.
ການປ່ອຍມົນລະພິດຈາກເຕົາປີ້ງຈາກຮ້ານອາຫານຕາມທ້ອງຖະໜົນ ຖືວ່າສ້າງຜົນກະທົບໜ້ອຍຫຼາຍຕໍ່ມົນລະພິດທາງອາກາດໃນນະຄອນຫຼວງວຽງຈັນ; ແນວໃດກໍ່ຕາມ, ອັດຕາການສໍາຜັດກັບຄວັນໄຟຂອງຜູ້ອອກແຮງງານໃນທ້ອງຖິ່ນແມ່ນມີສູງ, ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບຢ່າງຫຼວງຫຼາຍ. ແມ່ຍິງເຮັດວຽກໃນຂະແໜງອາຫານປີ້ງຫຼາຍກວ່າເພດຊາຍ, ແລະ ແຮງງານປີ້ງອາຫານທີ່ເປັນແມ່ຍິງມີແນວໂນ້ມທີ່ເກິດອາການທາງລະບົບຫາຍໃຈຫຼາຍກ່ວາແຮງງານເພດຊາຍ. ຄວາມຕ້ອງການຂອງວຽກງານບົດບາດຍິງຊາຍມີຜົນພຽງແຕ່ການປະເມີນວ່າໃຜຄວນເຮັດໜ້າທີ່ໃດ ແລະ ແຕ່ລະຄົນຈະໄດ້ຮັບຄ່າຈ້າງເທົ່າໃດ.
ເພື່ອຫຼຸດຜ່ອນມົນລະພິດທາງອາກາດໃນທ້ອງຖິ່ນ ແລະ ບັນຫາສຸຂະພາບຈາກການສຳຜັດກັບຄວັນໄຟ, ຂະແໜງສາທາລະນະສຸກ, ສິ່ງແວດລ້ອມ, ຂະແໜງການທາງສັງຄົມ ແລະ ພາກທຸລະກິດຄວນຮ່ວມມືກັນສ້າງຄວາມຮັບຮູ້, ຫຼຸດຜ່ອນການປ່ອຍມົນລະພິດສູ່ອາກາດ, ຄຸ້ມຄອງສຸຂະພາບຂອງຜູ້ອອກແຮງງານ, ສະໜັບສະໜູນລະບົບຕິດຕາມກວດກາສະພາບອາກາດແບບຍືນຍົງ.
Design and development by Soapbox.